ພິທີເປີດກອງປະຊຸມສະມາຄົມຄວາມປອດໄພ ສຸຂະພາບ ແລະ ສິ່ງແວດລ້ອມແຮງງານລາວ (LOSHEA) ຢ່າງເປັນທາງການ
- support11724
- Mar 16
- 1 min read
ໃນວັນທີ 10 ມີນາ 2026 ທີ່ຜ່ານມາ, ໄດ້ມີການຈັດພິທີເປີດກອງປະຊຸມສ້າງຕັ້ງ ສະມາຄົມຄວາມປອດໄພ, ສຸຂະພາບ ແລະ ສິ່ງແວດລ້ອມແຮງງານລາວ (Lao Occupational Safety, Health and Environmental Association – LOSHEA) ຂຶ້ນຢ່າງເປັນທາງການ ທີ່ ສູນຝຶກອົບຮົມ OSHE Training Center ຂອງບໍລິສັດ ອິນດັສເທັກ ຈຳກັດ (IndusTek Company Limited), ບ້ານນາຄວາຍ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
✨ ກອງປະຊຸມໃນຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມຢ່າງສູງຈາກ ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດິການສັງຄົມ ແລະ ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ,ຈາກຜູ້ຕ່າງໜ້າສູນກາງແນວລາວສ້າງຊາດ ຕະຫຼອດຮອດແຂກຖືກເຊີນຈາກພາກລັດ, ພາກເອກະຊົນ, ຊ່ຽວຊານດ້ານຄວາມປອດໄພ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
🎯 ຈຸດປະສົງຫຼັກຂອງການຈັດງານ:
ເພື່ອເປັນການສົ່ງເສີມການຮ່ວມມື ແລະ ພັດທະນາວຽກງານດ້ານຄວາມປອດໄພໃນສະຖານທີ່ເຮັດວຽກ, ສຸຂະພາບແຮງງານ ແລະ ການອະນຸລັກສິ່ງແວດລ້ອມ ໃຫ້ໄດ້ມາດຕະຖານ ແລະ ມີຄວາມຍືນຍົງໃນ ສປປ ລາວ.
ການກໍ່ຕັ້ງສະມາຄົມ LOSHEA ຖືເປັນອີກໜຶ່ງບາດກ້າວອັນສຳຄັນປະຫວັດສາດ ໃນການຍົກລະດັບມາດຕະຖານດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ ຢູ່ປະເທດເຮົາ, ພ້ອມທັງເປັນການສ້າງຄວາມຕະໜັກຮູ້ໃຫ້ແກ່ບັນດາອົງກອນ ແລະ ສັງຄົມ ເພື່ອຮ່ວມກັນສ້າງສະພາບແວດລ້ອມການເຮັດວຽກທີ່ປອດໄພຢ່າງແທ້ຈິງ.














Comments