ໃນວັນທີ 29 ພະຈິກ 2024 ຜ່ານມາ, ຢູ່ທີ່ ສຳນັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ(ຟຟລ) ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມຮ່ວມມື 2 ຝ່າຍ ລະຫວ່າງ ທ່ານ ໂພນສະຫວັດ ໄຊຍະວົງ ຫົວໜ້າສະຖາບັນໄຟຟ້າລາວ ຕາງໜ້າ ຟຟລ ແລະ ທ່ານ ພອນສະຫວັນ ໄຊປັນຍາ ຜູ້ອຳນວຍການໃຫຍ່ ບໍລິສັດ ອິນດັດສ໌ເທັກ ຈໍາກັດ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະທ່ານ ທອງພັດ ອິນທະວົງ ປະທານສະພາບໍລິຫານ ຟຟລ, ມີ ທ່ານ ປອ ບຸນແທນ ຈັນສະໄໝ ຮອງຜູ້ອຳນວຍການໃຫຍ່ ຟຟລ, ຜູ້ບໍລິຫານສອງຝ່າຍ ແລະ ແຂກຖືກເຊີນເຂົ້າຮ່ວມ.
ພິທີລົງນາມຮ່ວມມືຄັ້ງນີ້ ຖືເປັນຂີດໝາຍສໍາຄັນຂອງ 2 ຝ່າຍ ເພື່ອຍົກລະດັບການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ ໂດຍອີງໃສ່ທ່າແຮງຂອງ 2 ຝ່າຍທີ່ມີແລ້ວເປັນຕົ້ນ: ຄວາມປອດໄພດ້ານແຮງງານ, ຫຼຸດຜ່ອນຄວາມເສຍຫາຍຕໍ່ອົງກອນ, ຊຸກຍູ້ສົ່ງເສີມຍົກລະດັບຄວາມຮູ້ຄວາມສາມາດທາງດ້ານເຕັກນິກວິຊາການ, ຍົກສູງວຽກງານດ້ານລະບົບການຈັດການ, ການຄຸ້ມຄອງຄຸນນະພາບຄວາມປອດໄພ ແລະສິ່ງແວດລ້ອມ, ວຽກງານຄຸ້ມຄອງການປະເມີນຢັ້ງຢືນມາດຕະຖານວິຊາຊີບ ແລະ ຄວາມຊໍານານງານ, ວຽກງານການຝຶກອົບຮົມ, ວຽກງານການຄົ້ນຄວ້າວິໄຈ-ພັດທະນາເຕັກໂນໂລຊີ-ນະວັດຕະກຳໃໝ່, ວຽກງານການທົດສອບອຸປະກອນ ແລະ ມາດຕະຖານດ້ານເຕັກນິກ, ວຽກງານການສຶກສາ-ອອກແບບ ແລະການກຳນົດລາຄາກາງດ້ານແຮງງານເພື່ອເຮັດໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານໃນປະຈຸບັນ ແລະອະນາຄົດ ປະກອບສ່ວນພັດທະນາອົງກອນ ແລະ ປະເທດຊາດ.
Comments